ແຈ້ງການ ຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍບັນດາ ສະຫາຍ ການນຳລັດຖະບານ ແຫ່ງ ສສ ຫວຽດນາມ ຈະເດີນທາງມາຢ້ຽມຢາມ ແລະ ເປັນປະທານຮ່ວມ ໃນກອງປະຊຸມ ປະຈໍາປີ 2025 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ. ຫວຽດນາມ ຄັ້ງທີ 47 ເຊິ່ງຈະຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ, ສປປ ລາວ ໃນລະຫວ່າງວັນທີ 09-10 ມັງກອນ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

11

ນະຄອນຫຼວງວຽງຈັນ, ວັນທີ 06 ມັງກອນ 2025

ກົມການຂ່າວ, ກະຊວງການຕ່າງປະເທດ

"...ໂທລະພາບກອງທັບປະຊາຊົນລາວ, ມຸ້ງໝັ້ນກ້າວໄກ, ໃສ່ໃຈພັດທະນາວິຊາການ, ຈັນຍາບັນສື່ມວນຊົນ, ຝຶກຝົນທ່ຽງທໍາ, ນໍາສະເໜີຂໍ້ມູນຂ່າວສານ, ສາລະບັນເທີງວ່ອງໄວທັນສະໄໝ, ບໍລິການຮັບໃຊ້ປະຊາຊົນ..."