ການຊ້ອມປະສານໃຫຍ່ ກ້ອນກຳລັງສວນສະໜາມຂອງກອງທັບປະຊາຊົນລາວ ຢູ່ສະໜາມແດງ, ນະຄອນຫຼວງມົດສະກູ, ສ.ຣັດເຊຍ
ຕອນເຊົ້າ ວັນທີ 07 ພຶດສະພາ 2025 ນີ້, ກ້ອນກໍາລັງສວນສະໜາມກອງທັບປະຊາຊົນລາວ ເຊິ່ງນຳໂດຍ ສະຫາຍ ພັນໂທ ສັນຕິ ຈັນທະລັງສອນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິຫານກອງທັບ ຫົວໜ້າຄະນະຊີ້ນຳກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວພ້ອມຄະນະ ໄດ້ນຳພາກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ເຂົ້າຮ່ວມການຊ້ອມປະສານໃຫຍ່ກັບທຸກພາກສ່ວນ ທີ່ເຂົ້າພິທີສະເຫຼີມສະຫຼອງ ວັນໄຊຊະສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ ທີ່ຈະໄດ້ຈັດຂື້ນໃນວັນທີ 09 ພຶດສະພາ 2025 ນີ້ ທີ່ສະໜາມແດງ ນະຄອນຫຼວງມົດສະກູ ສ.ຣັດເຊຍ


ໃນທ່າມກາງບັນຍາກາດຟົດຟື້ນທີ່ມີປວງຊົນ ຊາວ ຣັດເຊຍ ຈຳນວນຫຼວງຫຼາຍ ເຂົ້າຮັບຊົມການເດີນສວນສະໜາມຂອງບັນດາກ້ອນກຳລັງ ທັງນີ້ກໍເພື່ອເປັນການເຮັດໃຫ້ກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວມີຄວາມຊິນເຄີຍກັບທຸກສະພາບການຂອງສະໜາມຕົວຈິງ ທັງເປັນການເຝິກກຳລັງແຮງກາຍ, ແຮງໃຈ, ເຮັດໃຫ້ກ້ອນກຳລັງກອງທັບປະຊາຊົນລາວ ຮັບປະກັນຄວາມພ້ອມ ໃນການເດີນສວນສະໜາມ ໃຫ້ເປັນເອກະພາບ ທຸກການເຄື່ອນໄຫວໃນການເຂົ້າຮ່ວມໃນພິທີສະເຫຼີມສະຫຼອງດັ່ງກ່າວ ໃຫ້ມີຄຸນະພາບ ແລະ ໄດ້ຮັບໝາກຜົນສູງ.

