ພະແນກພົວພັນຕ່າງປະເທດແຂວງກວາງນາມມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ເມືອງດາກຈຶງ

ໃນວັນທີ 7 ທັນວາ 2021 ທ່ານ ງວຽນງັອກກີມ ຮອງຫົວໜ້າພະແນກພົວພັນຕ່າງປະເທດແຂວງກວາງນາມ ສສ ຫວຽດນາມ ພ້ອມດ້ວຍທິມງານໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກມາມອບໃຫ້ແກ່ເມືອງດາກຈຶງ ແຂວງເຊກອງ ສປປ ລາວ, ເຊິ່ງມີ ເຂົ້າສານ, ໝີ່, ນໍ້າມັນພືດ, ນໍ້າປາ, ນໍ້າຕານ, ເຈວລ້າງມື, ຜ້າປິດປາກ, ລວມມູນຄ່າທັງໝົດ 300 ລ້ານກ່ວາດົ້ງ, ຕ່າງໜ້າກ່າວຮັບຈາກເມືອງໂດຍມີ ທ່ານ ຄຳເພັດ ສອນຈະເລີນ ກຳມະການພັກເມືອງ ຮອງເຈົ້າເມືອງ-ເມືອງດາກຈຶງ, ມີທ່ານ ບຸນເຖິງ ແກ້ວປະເສີດຮອງຫົວໜ້າພະແນກພົວພັນຕ່າງປະເທດແຂວງເຊກອງພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້ທ່ານ ຄຳເພັດ ສອນຈະເລີນ ກຳມະການພັກເມືອງ ຮອງເຈົ້າເມືອງ-ເມືອງດາກຈຶງ ໄດ້ກ່າວສະແດງຄວາມຂອບໃຈອັນຈິງໃຈ ແລະ ຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ຄະນະນຳຂອງແຂວງ ແລະ ບັນດາພະແນກການກ່ຽວຂ້ອງ ຂອງແຂວງກວາງນາມ ສສ ຫວຽດນາມ, ພ້ອມໃຫ້ຄຳໝັ້ນສັນຍາວ່າ: ບັນດາເຄື່ອງທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້, ທາງຄະນະພັກ-ຄະນະນຳເມືອງດາກຈຶງພວກເຮົາຈະນຳໄປແຈກຢາຍຕໍ່ໃຫ້ພໍ່ແມ່ປະຊາຊົນໃນຈຳນວນ 7 ບ້ານເປົ້າໝາຍທີ່ຢູ່ລຽບຊາຍແດນຢ່າງທົ່ວເຖິງ.

(ຂ່າວ-ພາບ:ສີສັກດາ ບຸນໄຊຄຳ)

4