ພະແນກຊາວໝຸ່ມ ວິທະຍາຄານກົມມະດໍາ ເລືອກປະເພດຊາວໝຸ່ມປະເພດນຳໜ້າ 4 ບຸກໄດ້ 1.195 ສະຫາຍ

ພະແນກຊາວໜຸ່ມວິທະຍາຄານກົມມະດຳ ໄດ້ໄຂກອງປະຊຸມຄັດເລືອກຜົນງານ 4 ບຸກ ຂອງຊາວໜຸ່ມທົ່ວວິທະຍາຄານ ວັນທີ 3 ສິງຫາ 2022 ຢູ່ວິທະຍາຄານກົມມະດໍາ ໂດຍການເປັນປະທານຂອງທ່ານ ພັນໂທ ບົວໄລ ພັນທະວົງ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດຳ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

9

ທ່ານ ພັນໂທ ວັນດີ ພອນວິໄລ ຫົວໜ້າພະແນກຊາວໜຸ່ມ ວິທະຍາຄານກົມມະດຳ ໄດ້ຂຶ້ນສະເໜີຈຸດປະສົງຄາດໝາຍ ມາດຖານຜູ້ທີ່ຈະຖືກຄັດເລືອກເປັນຊາວໜຸ່ມ 4 ບຸກ ປະຈຳປີ 2022 ທົ່ວວິທະຍາຄານກົມມະດຳ ໃຫ້ບັນດາຜູ້ທີ່ເຂົ້າຮ່ວມກອງປະຊຸມໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອຈະໄດ້ຄົ້ນຄວ້າ ຕີລາຄາແບ່ງປະເພດຂອງສະມາຊິກຊາວໜຸ່ມ 4 ບຸກ ໃຫ້ມີຄວາມເໝາະສົມກັບຜົນງານຕົວຈິງຂອງແຕ່ລະບຸກຄົນ.

ຈາກນັ້ນ ທ່ານພັນໂທ ບົວໄລ ພັນທະວົງ ກໍໄດ້ຂຶ້ນຊີ້ນຳກອງປະຊຸມ ຄົ້ນຄວ້າຄັດເລືອກຊາວໜຸ່ມ 4 ບຸກ ຂອງວິທະຍາຄານກົມມະດຳ ໂດຍກອງປະຊຸມໄດ້ພ້ອມກັນລົງປະຊາມະຕິຢ່າງເປັນເອກະພາບ ຕີລາຄາຊາວໜຸ່ມທົ່ວວິທະຍາຄານ 1.398 ສະຫາຍ ໃນນັ້ນ ສາມາດຄັດເລືອກໄດ້ຊາວໜຸ່ມປະເພດນຳໜ້າ 4 ບຸກ 1.195 ສະຫາຍ ປະເພດແຂງ 91 ສະຫາຍ ປະເພດກາງ 44 ສະຫາຍ ແລະ ປະເພດອ່ອນ 67 ສະຫາຍ ແລະ ບໍ່ໄດ້ຕີລາຄາ 1 ສະຫາຍ ທັງນີ້ກໍເພື່ອປະຕິບັດຕາມທິດຊີ້ນຳຂອງຫ້ອງການຊາວໜຸ່ມກົມໃຫຍ່ການເມືອງກອງທັບ ໃນການຍ້ອງຍໍຊົມເຊີຍຕໍ່ຜົນງານຂອງສະມາຊິກຊາວໜຸ່ມແຕ່ລະສະຫາຍທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນທຸກຂະບວນການຂອງຊາວໜຸ່ມ ກໍຄືຂອງກົມກອງ ແລະ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງກົມກອງຢ່າງຕັ້ງໜ້າ.

ໂອກາດນີ້ ທ່ານຮອງຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດຳ ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ກໍໄດ້ຊົມເຊີຍຕໍ່ຜົນສຳເລັດທີ່ຊາວໜຸ່ມທົ່ວວິທະຍາຄານຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ຄະນະຊາວໜຸ່ມແຕ່ລະຂັ້ນ ພ້ອມດ້ວຍສະມາຊິກຊາວໜຸ່ມທົ່ວວິທະຍາຄານ ຕ້ອງຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ສືບຕໍ່ປະຕິບັດຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ໃຫ້ເປັນຂະບວນການຟົດຟື້ນ ເພື່ອເຮັດໃຫ້ຊາວໜຸ່ມມີຄວາມກ້າວໜ້າຂຶ້ນເລື້ອຍໆ.