ມອບໃບສົມມະນາບຸນຄຸນໃຫ້ຫ້ອງພະລາທິການກອງພົນທີ II

ໃນວັນທີ 8 ກັນຍາ 2022 ນີ້ ຢູ່ທີ່ຫ້ອງພະລາທິການ ກອງພົນທະຫານຮາບທີ II, ສະຫາຍ ພັທ ບຸນຜອງ ພົງສະຫວັດ ພ້ອມດ້ວຍຄະນະສະຫະພັນນັກຮົບເກົ່າເມືອງໄຊຍະບູລີ, ໄດ້ເຂົ້າມອບໃບສົມມະນາບຸນຄຸນໃຫ້ແກ່ຫ້ອງພະລາທິການ ກອງພົນທະຫານຮາບທີ II ແລະ ໃຫ້ກຽດຮັບໂດຍ ສະຫາຍ ພັອ ບຸນກໍ່າ ພິມພົງພັນ ຄະນະພັກກອງພົນ-ຫົວໜ້າຫ້ອງພະລາທິການກອງພົນທິ II.

306819552 514393750686640 6744431611867797546 n

ໃນໂອກາດທີ່ມີຄວາມໝາຍນີ້ , ສະຫາຍ ພັທ ບຸນຜອງ ພົງສະຫວັດ ປະທານສະຫະພັນນັກຮົບເກົ່າເມືອງໄຊຍະບູລີ, ກໍໄດ້ສະແດງຄວາມຂອບໃຈຕໍ່ການນໍາຂອງກອງພົນທະຫານຮາບທີ II ເວົ້າສະເພາະຫ້ອງພະລາທິການ ທີ່ໄດ້ນໍາເອົາຄວາມເປັນຫ່ວງເປັນໄຍ ແລະ ມອບຊຸດເຄື່ອງແບບຈໍານວນ 10 ຊຸດ, ມູນຄ່າ 2.500.000 ກີບໃຫ້ແກ່ຄະນະບໍລິຫານງານສະຫະພັນນັກຮົບເກົ່າເມືອງໄຊຍະບູລີ ແລະ ຈະນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດ.