ໃນວັນທີ 14-09-2022 ໂຮງງານປະສານເຫຼົ່າພາກກາງ ໄດ້ເປີດການຝຶກອົບຮົມວຽກງານມາດຕະຖານ ວັດແທກຄຸນນະພາບ.

ໃນຕອນບ່າຍຂອງວັນທີ 14 ກັນຍາ 2022 ທີ່ຫ້ອງປະຊຸມໂຮງງານປະສານເຫຼົ່າພາກກາງ ໄດ້ເປີດການຝຶກອົບຮົມວຽກງານມາດຕະຖານ ວັດແທກຄຸນນະພາບ, ເຊິ່ງເປັນປະທານໂດຍສະຫາຍ ພັນໂທ ຄຳສົດ ລາດຊະພົງ ຮອງກົມມາດຕະຖານ – ວັດແທກ – ຄຸນນະພາບ ກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ, ເຊິ່ງມີພະນັກງານເຂົ້າຮ່ວມ ຈຳນວນ 15 ສະຫາຍ,

1

ໃນໂອກາດດຽວກັນນີ້ສະຫາຍ ພັນໂທ ຄຳສົດ ລາດຊະພົງ ກໍ່ໄດ້ມອບເຄື່ອງວັດແທກຄຸນນະພາບ ທີ່ຈະນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານການສ້ອມແປງອາວຸດ-ຍຸດໂທປະກອນການທະຫານ ມີ 46 ລາຍການ ແລະ ມອບປື້ມຄູ່ມືອີກຈຳນວນ 12 ຫົວ, ກ່າວຮັບໂດຍ ສະຫາຍ ພັນໂທ ສອນວິໄລ ປັນຍາສິດ ເລຂາຄະນະພັກຮາກຖານ ຫົວໜ້າອຳນວຍການໂຮງງານປະສານເຫຼົ່າພາກກາງ, ຫຼັງຈາກນັ້ນກໍ່ໄດ້ນຳເອົາເຄື່ອງດັ່ງກ່າວໄປທົດລອງ ພາກປະຕິບັດຕົວຈິງ ກ່ຽວກັບການວັດແທກຄຸນະພາບຂອງອາວຸດຍຸດໂທປະກອນ, ພາຫະນະເຕັກນິກ ແລະ ລົດການທະຫານທີ່ສ້ອມແປງໃນໂຮງງານປະສານເຫຼົ່າພາກກາງ, ເຊິ່ງເຫັນໄດ້ວ່າການຝຶກອົບຮົມໃນເທື່ອນີ້ ພະນັກງານທີ່ເຂົ້າຮ່ວມ ໄດ້ເອົາໃຈໃສ່, ມີການສອບຖາມເພຶ່ອແລກປ່ຽນບົດຮຽນ ແລະ ປະສົບການຕົວຈີງ ເພື່ອນໍາເອົາເຄື່ອງມືອຸປະກອນກວດກາ, ວັດແທກຄຸນນະພາບດັ່ງກ່າວ ເຂົ້າມານໍາໃຊ້ ຕົວຈີງກັບວຽກງານພາຍໃນໂຮງງານ ໃຫ້ມີຜົນສໍາເລັດ ຮັບປະກັນດ້ານມາດຕາຖານ ແລະ ມີຄຸນນະພາບ .