ກົມໃຫຍ່ເຕັກນິກກອງທັບ ຈັດຕັ້ງສອບເສັງນັກເຝິກອົບຮົມ ວຽກງານ ກວດສອບເລຂາ ແລະ ຮອງເລຂາ

ວັນທີ 28 ມີນາ 2022 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຕັ້ງສອບສັງນັກເຝິກອົບຮົມວຽກງານກວດສອບເລຂາ ແລະ ຮອງເລຂາຮາກຖານພັກ ຄັ້ງທີ I ໄລຍະສັ້ນ 10 ວັນ, ໂດຍການ ນຳພາ-ຊີ້ນຳຂອງ ສະ ຫາຍ ພົນຈັດຕະວາ ທອງພັນ ສຸ ທໍາມະວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ,

2 1

ຮອງ ຫົວໜ້າກົມໃຫຍ່ເຕັກນິກກອງ ທັບ, ມີ ຄະນະຮັບຜິດຊອບ, ຄູ-ອາຈານ ຕະຫຼອດຮອດ ນັກເຝິກ ອົບຮົມ ເຂົ້າຮ່ວມ. ໂດຍອີງຕາມແຜນການຂອງ ກົມໃຫຍ່ການເມືອງກອງທັບ ແລະ ເພື່ອປະຕິບັດຕາມແຜນ ການເຝິກອົບຮົມວຽກງານກວດ ສອບເລຂາ-ຮອງເລຂາຮາກ ຖານພັກຂອງ ຄະນະພັກກົມໃຫຍ່ ເຕັກນິກກອງທັບ ໃນນັ້ນ, ການສອບເສັງໄດ້ແບ່ງອອກເປັນ 6 ຈຸ ສອບເສັງ ແຕ່ລະຈຸມີຄະນະ ຮັບຜິດຊອບ 3 ສະຫາຍ, ມີຈໍາ ນວນນັກສອບເສັງທັງໝົດ 80 ສະຫາຍ, ການສອບເສັງໄດ້ແບ່ງ ອອກເປັນ 2 ພາກຄື: ພາກທິດສະດີ ແລະ ພາກປະຕິບັດໂຕຈິງ, ການ ປະຕິບັດການສອບເສັງພາກທິດ ສະດີ ແມ່ນຈະໄດ້ຈົກຄຳຖາມແລ້ວ ກະກຽມຕອບປາກເປົ່າ, ສ່ວນ ພາກປະຕິບັດຕົວຈິງແມ່ນ ຈົກຄຳ ຖາມພ້ອມປະຕິບັດຕົວຈິງ, ການ ຈັດຕັ້ງການສອບເສັງຄັ້ງນີ້ ກໍ ເພື່ອແນໃສ່ປັບປຸງ, ຍົກລະດັບ ຄວາມຮູ້, ຄວາມສາມາດໃຫ້ແກ່ ພະນັກງານທີ່ເຮັດວຽກວິຊາ ສະເພາະກຳໄດ້ດ້ານທິດສະດີ, ຫຼັກການ, ລະບຽບການຕ່າງໆ ຂອງວຽກງານກວດສອບເລຂາ, ຮອງເລຂາຮາກຖານພັກ ດັ່ງກ່າວ ໃນຖັນແຖວກອງທັບປະຊາຊົນ ລາວເວົ້າລວມ, ເວົ້າສະເພາະ ແມ່ນໃນຖັນແຖວ ກົມໃຫຍ່ເຕັກ ນິກກອງທັບ ເພື່ອຮັບປະກັນໃຫ້ ວຽກງານພັກ ມີຄວາມໜັກແໜ້ນ ເຂັ້ມແຂງຮອບດ້ານ ແລະ ເພື່ອ ເຮັດໃຫ້ພະນັກງານໃນຂະແໜງ ການເຕັກນິກ ແຕ່ລະຂັ້ນສາມາດ ເຮັດສຳເລັດໜ້າທີ່ ທີ່ການຈັດ ຕັ້ງກໍຄືຂັ້ນເທິງມອບໝາຍໃຫ້ບັນ ລຸຜົນຢ່າງຈົບງາມ.