ເປີດການແຂ່ງຂັນ ກີລາການທະຫານສາກົນ 2022

ໃນວັນທີ 8 ສິງຫາ 2022, ຄະນະກຳມະການຈັດການແຂ່ງຂັນ ກີລາການທະຫານສາກົນ ເຫຼົ່າຮົບຊ່າງແສງ ໄດ້ເປີດການແຂ່ງຂັນ ກີລາການທະຫານສາກົນ (ARMY GAMES) 2022 ຢູ່ທີ່ ກອງພົນນ້ອຍຊ່າງແສງ 73420 ເມືອງໂວນກາກຼາດ ແຫ່ງ ສ ຣັດເຊຍ (ໃນຮູບແບບຊ່າງແສງ ) ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເຈຍເຣດນີເຈັນໂກ ຢູຣີ ອາເລັກເຊຍວິດ ຫົວໜ້າຄະນະຊີ້ນຳກຳມະການ ກີລາການທະຫານ ສ ຣັດເຊຍ,ສ່ວນທິມນັກກີລາເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ນໍາໂດຍ ສະຫາຍ ພັນເອກ ບຸນທະວີ ໂພໄຊ ຫົວໜ້າ ຄະນະຊີ້ນຳທິມນັກກີລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ, ມີ ຄະນະຮັບຜິດຊອບຊີ້ນຳທິມນັກກີລາ, ອະນຸກໍາມະການ ພ້ອມດ້ວຍ ນັກກີລາການທະຫານແຕ່ລະປະເທດ ເຂົ້າຮ່ວມ.

2 2