ຫ້ອງການພົວພັນຕ່າງປະເທດ ແຂວງຢູນນານ ເດີນທາງມາຢ້ຽມຢາມແຂວງບໍ່ແກ້ວ ສປປ ລາວ.

ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງແຂວງບໍ່ແກ້ວພົບປະທ່ານ ເສີນ ຢົງເຈ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດແຂວງຢູນນານ)
ວັນທີ 4-5 ມິຖຸນາ 2025, ທ່ານ ເສີນ ຢົງເຈ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ ແຂວງຢູນນານ ໄດ້ອີງຕາມການເຊື້ອເຊີນຂອງຄະນະຜູ້ແທນເສດຖະກິດການຄ້າ ເດີນທາງມາຢ້ຽມຢາມແຂວງບໍ່ແກ້ວ ສປປ ລາວ. ພ້ອມທັງພົບປະທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງແຂວງບໍ່ແກ້ວ ແລະ ໄດ້ໄປສໍາຫຼວດສຶກສາເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ. ສະມາຊິກຂອງຄະນະປະກອບມີ: ຄະນະກໍາມະການພັດທະນາ ແລະ ປະຕິຮູບແຂວງ, ພະແນກການຄ້າແຂວງ, ບໍລິສັດ ເປົາຫຼານການຄ້າ ຈໍາກັດ, ກຸ່ມບໍລິສັດ ລົງທຶນກໍ່ສ້າງ ແຂວງຢູນນານ ຈໍາກັດ, ບໍລິສັດ ຢູນຊຽງພັດທະນາກະສິກໍາ ແລະ ການລົງທຶນ(ຢູນນານ) ຈໍາກັດ, ທະນາຄານ ລາວຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ.

(ຄະນະຜູ້ແທນເສດຖະກິດການຄ້າຢ້ຽມຊົມຟາມລ້ຽງງົວພັນຊີ້ນ ແຂວງບໍ່ແກ້ວ)
ທ່ານ ເຄື່ອນເພັດ ວົງຈັນໄດ້ກ່າວວ່າ, ພາຍໃຕ້ການຊີ້ນໍາຂອງກົນໄກການຮ່ວມມືພາກເໜືອ ສປປ ລາວ-ແຂວງຢູນນານ ສປ ຈີນນັ້ນ, ການຮ່ວມມືລະຫວາງແຂວງບໍ່ແກ້ວ ແລະ ແຂວງຢູນນານໄດ້ຮັບຄວາມຄືບໜ້າໃໝ່ເລື້ອຍໆ, ຂອບເຂດການຮ່ວມມືນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງ. ແຂວງບໍ່ແກ້ວມີ “ສະໜາມບິນສາກົນບໍ່ແກ້ວ” ແລະ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເຊິ່ງມີທ່າແຮງດ້ານການລົງທຶນ ແລະ ການພັດທະນາທີ່ດີ. ການລົງທຶນຂອງປະຊາຊົນຈີນໄດ້ກາຍເປັນແຫຼ່ງລົງທຶນຂອງຕ່າງປະເທດທີ່ໃຫຍ່ທີ່ສຸດຂອງແຂວງບໍ່ແກ້ວ, ສໍາລັບການລົງທຶນແມ່ນໄດ້ກວມເອົາຂົງເຂດກະສິກໍາ, ພະລັງງານ ແລະ ແຮ່ທາດ, ອຸດສາຫະກໍາການຄ້າ, ການບໍລິການ, ການທ່ອງທ່ຽວ ແລະ ອື່ນໆ. ຫວັງເປັນຢ່າງຍິ່ງວ່າທັງສອງແຂວງຈະສືບຕໍ່ຮັກສາການພົວພັນພົບປະ ແລະ ແລກປ່ຽນບົດຮຽນລະຫວ່າງຄະນະຜູ້ແທນລະດັບສູງ ແລະ ວິຊາການຢ່າງເປັນປົກກະຕິ. ພ້ອມທັງສືບຕໍ່ສະໜັບສະໜູນ ແລະ ຮ່ວມມືໃນຂົງເຂດພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ, ກະສິກໍາ, ທ່ອງທ່ຽວ, ຄວາມສະຫງົບ ແລະ ຂົງເຂດອື່ນໆຂອງແຂວງບໍ່ແກ້ວ.

(ທ່ານ ບຸນທອງ ແສງສີກອງ ຫົວໜ້າອົງການຄຸ້ມຄອງບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄໍາພົບປະຄະນະຜູ້ແທນເສດຖະກິດການຄ້າ ແຂວງຢູນນານ)
ໃນຊ່ວງໄລຍະລົງສໍາຫຼວດສຶກສາເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ຄະນະຜູ້ແທນໄດ້ໄປຢ້ຽມຢາມສະຖານທີ່ກະສິກໍາ, ສູນການຂົນສົ່ງ, ສະໜາມກ໊ອຟພູກິ່ວລົມ, ໂຮງຮຽນປະຖົມດອກງິ້ວສາມຫຼ່ຽມຄໍາ, ດ່ານສາກົນສາມຫຼ່ຽມຄໍາ ແລະ ສະຖານທີ່ອື່ນໆ, ພ້ອມທັງໄດ້ເປີດກອງປະຊຸມສຶກສາ ແລະ ສໍາຫຼວດກັບທ່ານ ບຸນທອງ ແສງສີກອງ ຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽໝຄໍາ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງ. ເຊິ່ງໃນກອງປະຊຸມທ່ານ ບຸນທອງ ແສງສີກອງໄດ້ລາຍງານກ່ຽວກັບສະພາບການພັດທະນາ ຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄໍາໃນໄລະຍະເວລາ 18 ປີທີ່ຜ່ານມາ ແລະ ອະທິບາຍລາຍລະອຽດກ່ຽວກັບກົນໄກການຄຸ້ມຄອງເຂດເສດຖະກິດພິເສດຂອງລັດຖະບານ, ເປັນຕົນແມ່ນມາດຕະການຕ້ານອາຊະຍາກໍາຂ້າມຊາດ, ຊຸກຍູ້ການຫັນເປັນອຸດສາຫະກໍາຍົກລະດັບ, ຮັກສາຄວາມສະຫງົບປອດໄພ, ຄວາມໜັ້ນຄົງ ແລະ ຄວາມສະຖຽນລະພາບຂອງພາກພື້ນ. ນອກນັ້ນ, ຜູ້ຮັບຜິດຊອບຂອງພະແນກການທີ່ກ່ຽວຂ້ອງຍັງໄດ້ແນະນໍາກ່ຽວກັບການຈັດຕັ້ງວາງແຜນ ແລະ ການປະຕິບັດຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄໍາໃນຂົງເຂດກະສິກໍາ, ການທ່ອງທ່ຽວ, ການຂົນສົ່ງ ແລະ ການຄ້າ ລວມທັງການເປັນເຂດເສດຖະກິດພິເສດລະດັບຊາດທີ່ລັດຖະບານ ສປປ ລາວ ແລະ ວິສາຫະກິດ ສປ ຈີນ ຮ່ວມກັນສ້າງຕັ້ງຂຶ້ນ ແລະ ຄວາມມຸ່ງໝັ້ນທີ່ຈະສ້າງແບບຢ່າງການຮ່ວມມືໃນພາກພື້ນພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”.

(ຄະນະຜູ້ແທນເສດຖະກິດການຄ້າແຂວງຢູນນານຢ້ຽວຊົມໂຮງຮຽນປະຖົມດອກງິ້ວສາມຫຼ່ຽມຄໍາ)
ທ່ານ ເສີນ ຢົງເຈໄດ້ໃຫ້ຄວາມເຫັນວ່າ, ຜ່ານການສຶກສາ ແລະ ສໍາຫຼວດ, ຄະນະຜູ້ແທນໄດ້ມີຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບສະພາບຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແລະ ຮູ້ສຶກດີໃຈຕໍ່ກັບບັນດາໝາກຜົນທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາບັນລຸໄດ້ໃນໄລຍະຊຸ່ມປີບໍ່ດົນມານີ້ ແລະ ມີຄວາມເຊື່ອໝັ້ນຕໍ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາໃນອະນາຄົດຢ່າງສຸດໃຈ. ຂ້າພະເຈົ້າເຕັມໄປດ້ວຍຄວາມເຊື່ອໜັ້ນວ່າ ຢູ່ພາຍໃຕ້ການນໍາພາຂອງລັດຖະບານ ສປປ ລາວນັ້ນ ການພັດທະນາໃນອະນາຄົດຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄໍາຈະກ້າວເຂົ້າສູ່ໄລຍະໃໝ່.