ກອງຮ້ອຍ 26 ຈັດຕັ້ງປະຕິບັດຍີງເປົ້າໝາຍ ດ້ວຍລຸກປືນແທ້

ໃນທ້າຍເດືອນ ສີງຫາ ຜ່ານມານີ້, ກອງຮ້ອຍ 26 ທະຫານແຂວງຫຼວງນໍ້າທາ ໄດ້ສຳເລັດການຍິງເປົ້າໝາຍ ດ້ວຍລູກປືນແທ້ ຂອງເຫຼົ່າລົບ ຕີພິເສດ ຢູ່ທີ່ສະໜາມຍິງປືນຂອງກົມກອງ ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນຕີ ດວງຫຸມ ຊ່ວຍວຽກພະແນກຕີພິເສດ ຫ້ອງເສນາທິການທະຫານແຂວງ ມີຄະນະພັກ- ຄະນະບັນຊາ, ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ.

4 1

ໂດຍປະຕິບັດຕາມຄໍາສັ່ງກ່ຽວກັບວຽກງານອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ-ເຕັກນິກ ປະຈຳປີ ຂອງກົມໃຫຍ່ເສນາທິການກອງທັບ, ກໍ່ຄືແຜນການອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍຂອງພະນັກງານ-ນັກຮົບ, ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ທາງການເມືອງ, ການທະຫານ ແລະ ວິຊາສະເພາະ ໃຫ້ພະນັກງານ-ນັກຮົບ ມີຄວາມຊຳນິຊຳນານຄ່ອງແຄ້ວທາງດ້ານສິລະປະຍຸດ-ຍຸດທະວິທີ ໃນການນຳໃຊ້ອາວຸດ-ກະສຸນ, ພ້ອມທັງເປັນການຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ຍົກ ສູງຄວາມຮູ້, ຄວາມສາມາດ ໃນການຊີ້ນຳ-ນຳພາ ວິຊາສະເພາະ ເພື່ອຮັບໃຊ້ວຽກງານກຽມພ້ອມສູ້ຮົບ ແລະ ສູ້ຮົບຕົວຈິງໃຫ້ໄດ້ຮັບຜົນດີ. ການຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ ມີພະນັກງານ-ນັກຮົບ ເຂົ້າຮ່ວມຍິງຕົວຈິງ 45 ສະຫາຍ, ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຮັບປະກັນຄວາມປອດໄພໄດ້ 100%.