ກອງຫຼອນກອງຮ້ອຍທີ 6 ປິດຊຸດອົບຮົມ

ໃນຕອນເຊົ້າຂອງວັນທີ 7 ກັນຍາ 2022 ກອງບັນຊາການທະຫານເມືອງຫຼວງນໍ້າທາ ໃດ້ຈັດຕັ້ງປະຕິບັດ ຍິງເປົ້າໝາຍດ້ວຍລູກປືນແທ້ ແລະ ປິດຊຸດອົບຮົມຫັດແອບການທະຫານ, ການເມືອງໃຫ້ກຳລັງກອງຫຼອນກອງຮ້ອຍທີ 6 ກຸ່ມບ້ານຫຼວງ ເມືອງ ແລະ ແຂວງຫຼວງນ້ຳທາ ຢູ່ທີ່ສະໜາມຫັດແອບຂອງກອງບັນຊາການທະຫານແຂວງ ເປັນກຽດເຂົ້າຮ່ວມ ຂອງທ່ານ ສະຫາຍ ຄຳຫຼ້າ ແຫຼ່ງໄຊຍະທຳ ຮອງເລຂາພັກເມືອງ ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ມີພະແນກການທີ່ກ່ຽວຂ້ອງ

3

ຄູຝືກ, ອຳນາດການປົກຄອງບ້ານ 11 ບ້ານ, ຕະຫຼອດຮອດອ້າຍນ້ອງກອງຫຼອນເຂົ້າຮ່ວມ 75 ສະຫາຍ.

ພາຍຫຼັງທີ່ໃດ້ອົບຮົມຫັດແອບມາເປັນເວລາ 8 ວັນ ເຊີ່ງເລີ່ມແຕ່ວັນທີ 30/8/2022 – 7/9/2022 ແມ່ນສຳເລັດ ເຊິ່ງສາມາດຕີປະເມີນຜົນໃດ້ຮັບແຕ່ລະພາກຄື: ພາກການເມືອງສະເລ່ຍ 85% , ພາກລະບຽບຮູບແຖວ 80% ພາກລະບຽບສີນລະປະຍຸດ 75% ພາກຍຸດທະວິທີ 70% ແລະ ການຈັດຕັ້ງປະຕິບັດຍິງລູກປືນແທ້ສາມາດຮັບປະກັນໃດ້ຄວາມປອດໄພ 100% .