ສານສະແດງຄວາມເຫັນໃຈ

ພະນະທ່ານ,

​ຂ້າພະເຈົ້າ ຮູ້ສືກເສົ້າສະຫຼົດໃຈ ທີ່ໄດ້ຮັບຊາບຂ່າວເຫດການອຸບັດຕິເຫດເຮືອບິນຕົກ ຢູ່ ເມືອງອາເມດາບັດ, ລັດກູຈະຣັດ ຂອງ ປະເທດອິນເດຍ ໃນວັນທີ 12 ມິຖຸນາ 2025 ທີ່ຜ່ານມາ, ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງຫຼວງຫຼາຍ.

​ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ກໍຄື ປະຊາຊົນອິນເດຍ ໂດຍສະເພາະຜູ້ຖືກເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າ ຈາກເຫດການອຸບັດຕິເຫດໃນຄັ້ງນີ້.

​ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງລັດຖະບານອິນເດຍ, ປະຊາຊົນອິນເດຍ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.

​ດ້ວຍຄວາມນັບຖືຢ່າງສູງ,

ສອນໄຊ ສີພັນດອນ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

—————-
Excellency,

I was deeply saddened to learn of the loss of life and property damage caused by the airplane crashed in Ahmedabad city, state of Gujarat of India on 12 June 2025.

On behalf of the Government and people of the Lao People’s Democratic Republic and on my own behalf, I would like to express my profound sympathy to Your Excellency, and through your Excellency to the Government and people of India. Our thoughts are particularly with the victims and their bereaved families.

I am confident that, with the intensive effort by the Government of the Republic of India, the people of India will be able to overcome this difficulties and restore normalcy to their lives soon.

Please accept, Your Excellency, the assurances of my highest consideration.

​​​​​​​ Sonexay SIPHANDONE
Prime Minister of the Lao People’s Democratic Republic

ສານ ທ່ານ ສອນໄຊ ສີພັນດອນ
ສານ ທ່ານທອງສະຫວັນ

"...ໂທລະພາບກອງທັບປະຊາຊົນລາວ, ມຸ້ງໝັ້ນກ້າວໄກ, ໃສ່ໃຈພັດທະນາວິຊາການ, ຈັນຍາບັນສື່ມວນຊົນ, ຝຶກຝົນທ່ຽງທໍາ, ນໍາສະເໜີຂໍ້ມູນຂ່າວສານ, ສາລະບັນເທີງວ່ອງໄວທັນສະໄໝ, ບໍລິການຮັບໃຊ້ປະຊາຊົນ..."

Hide picture