ເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ຍາດໄດ້ທີ 3 ໃນການແຂ່ງຂັນ (ARMY GAMES 2022)

ໃນວັນທີ 21 ສິງຫາ 2022 ຜ່ານມານີ້, ຄະນະກຳມະການຈັດການແຂ່ງຂັນ ກິລາການທະຫານສາກົນ ຂອງເຫຼົ່າຮົບຊ່າງແສງ ໄດ້ຈັດພິທີສະຫຼຸບການແຂ່ງຂັນກິລາການທະຫານສາກົນ (ARMY GAMES 2022) ຢູ່ທີ່ກອງພົນນ້ອຍຊ່າງແສງ 73420 ຂອງເມືອງໂວນກາກຼາດ, ສະຫະພັນຣັດເຊຍ (ໃນຮູບແບບຊ່າງແສງ), ເຊິ່ງທັບນັກກິລາເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ສາມາດຍາດອັນດັບທີ 3 ໂດຍມີ 5 ປະເທດ ເຂົ້າຮ່ວມແຂ່ງຂັນຄື: ຣັດເຊຍ, ສປປ ລາວ, ອຸສເບກີສະຖານ, ເບລາຣຸດ ແລະ ອານເມເນຍ, ເຂົ້າຮ່ວມ. ໃນພິທີປິດການແຂ່ງຂັນດັ່ງກ່າວ ມີສະຫາຍ ພັນເອກ ກຮູກະລົບ ອັນເດຮ ອາເລັກເຊວິດ ຮອງຫົວໜ້າກົມຊ່າງແສງ ສະຫະພັນຮັດເຊຍ, ສ່ວນທັບນັກກິລາເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ບຸນທະວີ ໂພໄຊ ຮອງຫົວໜ້າກົມຊ່າງແສງ ຫົວໜ້າຄະນະຊີ້ນຳທີມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ.

10
10

"...ໂທລະພາບກອງທັບປະຊາຊົນລາວ, ມຸ້ງໝັ້ນກ້າວໄກ, ໃສ່ໃຈພັດທະນາວິຊາການ, ຈັນຍາບັນສື່ມວນຊົນ, ຝຶກຝົນທ່ຽງທໍາ, ນໍາສະເໜີຂໍ້ມູນຂ່າວສານ, ສາລະບັນເທີງວ່ອງໄວທັນສະໄໝ, ບໍລິການຮັບໃຊ້ປະຊາຊົນ..."