ກິດຈະກໍາສະເຫຼີມສະຫຼອງວັນຕ້ານຢາເສບຕິດສາກົນ ຄົບຮອບ 38 ປີ
ໃນວັນທີ 26 ມິຖຸນາ 2025, ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ໄດ້ຈັດກິດຈະກໍາສະເຫຼີມສະຫຼອງວັນຕ້ານຢາເສບຕິດສາກົນຄົບຮອບ 38 ປີ (26 ມິຖຸນາ 1987- 26 ມິຖຸນາ 2025) ໂດຍມີບັນດາທ່ານ ຜູ້ຕາງໜ້າການນໍາຈາກກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ, ຕາງໜ້າຈາກອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ຕາງໜ້າຈາກກອງບັນຊາການປ້ອງກັນຄວາມສະຫງົບເຂດເສດຖະກິດພິເສດສາມຫຼ່ຽມຄຳ, ຕາງໜ້າຈາກສະພາບໍລິຫານເຂດເສດຖະ ກິດພິເສດສາມຫຼ່ຽມຄຳ, ລວມທັງພະນັກງານ, ຊາວຄ້າຂາຍ ແລະ ພາກທຸລະກິດສັງຄົມ ຂອງແຂວງບໍ່ແກ້ວ ເຂົ້າຮ່ວມກິດຈະກໍາສະເຫຼີມສະຫຼອງ ວັນຕ້ານຢາເສບຕິດສາກົນໃນຄັ້ງນີ້

ເຊິ່ງປະກອບມີກິດຈະກໍາຄື: #ກິດຈະກໍາທີໜື່ງ ແມ່ນໂຮງຮຽນປະຖົມດອກງິ້ວຄຳເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ຈັດຕັ້ງຂະບວນຄູ, ອາຈານ ແລະ ນ້ອງນັກຮຽນ, ໄວໜຸ່ມລາວ, ຈີນ ແລະ ມຽນມາ ໄປຢ້ຽມຊົມສະຖານທີ່ສາທິດການສຶກສາຕ້ານຢາເສບຕິດ, ຢ້ຽມຊົມຮູບປັ້ນເທບທິດາຕ້ານຢາເສບຕິດ, ຫໍພິພິທະພັນວັດທະນະທຳ ແລະ ປະຫວັດສາດເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເຮືອນຈຳລອງປະເພນີຂອງ ສາມປະເທດ ເຊິ່ງບັນດາຄູສອນອາຈານ ກໍໄດ້ອະທິບາຍໃຫ້ຄວາມຮູ້ກ່ຽວກັບໄພອັນຕະລາຍຂອງຢາເສບຕິດ ແລະ ຈັດກິດຈະກໍາຖາມ-ຕອບ ກ່ຽວກັບໄພຮ້າຍຂອງຢາເສບຕິດ ເຊິ່ງນ້ອງນັກຮຽນ, ຊາວໜຸ່ມຂອງສາມປະເທດ (ລາວ, ຈີນ, ມຽນມາ) ຈະກາຍເປັນທ່າແຮງ, ເປັນຜູ້ສືບທອດໃນການພັດທະນາ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃນອານານາຄົດອີກດ້ວຍ.



#ກິດຈະກໍາຍ່າງ ເພື່ອສຸຂະພາບ ແມ່ນເພື່ອເປັນການປຸກລະດົມໃຫ້ທຸກພາກສ່ວນໃນສັງຄົມ ມີສ່ວນຮ່ວມໃນການຕ້ານຢາເສບຕິດ ແລະ ຫັນມາຮັກສາສຸຂະພາບຕົນເອງ, ປູກຈິດສໍານຶກໃຫ້ຊາວໜຸ່ມເຍົາວະຊົນ ຫ່າງໄກຈາກຢາເສບຕິດ ແລະ ໄພອັນຕະລາຍ ຮ້າຍແຮງຈາກຢາເສບຕິດ ໂດຍມີທ່ານ ຄຳສະແຫວງ ວິໄລພົງ ຮັກສາການຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ທ່ານ ຫລີຈ້າວ ຜູ້ອຳນວຍການສູນພັດທະນາວັດທະນະທຳ ແລະ ການທ່ອງທ່ຽວ ສະພາເຂດເສດຖະກິດພິເສດສາມຫຼ່ຽມຄຳ, ຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ມີພະນັກງານ, ຄູອາຈານ, ນ້ອງນັກຮຽນ ລວມທັງມວນຊົນ ແລະ ພາກສວນກ່ຽວຂ້ອງເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.



#ນອກຈາກນີ້, ຄະນະບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ຈັດກອງປະຊຸມສຳມະນາ ການສຶກສາຕ້ານຢາເສບຕິດ ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໂດຍການເຂົ້າຮ່ວມຂອງທ່ານ ພັທ ລຸນຜາຍ ຄຳທະວີວົງ ຮອງຫ້ອງຕຳຫຼວດກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ, ທ່ານ ຄຳສະຫວາດ ແກ້ວປັນຍາ ຮອງຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ຕາງໜ້າກອງບັນຊາການປ້ອງກັນຄວາມສະ ຫງົບເຂດເສດຖະກິດພິເສດສາມຫຼ່ຽມຄຳ, ຕາງໜ້າສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ມີບັນດາພະນັກງານ, ຕຳຫຼວດ, ພາກທຸລະກິດ, ຄູອາຈານ ແລະ ນ້ອງນັກຮຽນ, ພໍ່ແມ່ປະຊາຊົນເຂົ້າຮ່ວມ ເຊິ່ງຈຸດປະສົງຂອງກອງປະຊຸມສໍາມະນາ ແມ່ນ ເພື່ອແລກປ່ຽນຄໍາຄິດຄໍາເຫັນໃນການສະກັດກັ້ນ, ວິທີປ້ອງກັນ ແລະ ຕ້ານຢາເສບຕິດ, ການດໍາເນີນຄະດີຕໍ່ຜູ້ຄ້າຂາຍ-ຂົ່ນສົ່ງ ແລະ ຜູ້ເສບຢາເສບຕິດ, ບັນຫາຜົນກະທົບຈາກຢາເສບຕິດຕໍ່ການພັດທະນາເສດຖະກິດ-ສັງຄົມ. ນອກນັ້ນ, ກໍໄດ້ຮັບຟັງການແນະນຳໃຫ້ຄວາມຮູ້ກ່ຽວກັບການໂຄສະນາຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດແຕ່ລະປະເພດອີກດ້ວຍ. ໂດຍລວມແລ້ວການຈັດຈະກໍາສະເຫຼີມສະຫຼອງວັນຕ້ານຢາເສບຕິດສາກົນ ຄົບຮອບ 38 ປີ ຄັ້ງນີ້ ຢູ່ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແມ່ນເປັນສ່ວນໜຶ່ງໃນການປະກອບສ່ວນວຽກງານຕ້ານຢາເສບຕິດຈາກສັງຄົມ ແລະ ປຸກລະດົມໃຫ້ທຸກພາກສ່ວນສັງຄົມມີສ່ວນຮ່ວມໃນວຽກງານສໍາຄັນດັ່ງກ່າວນີ້ ເພື່ອເຮັດໃຫ້ການພັດທະນາເສດ ຖະກິດ-ສັງຄົມ ມີຄວາມຈະເລີນກ້າວໜ້າ ກໍຄືເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ.




#ຫ້ອງການສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ#ວັນຕ້ານຢາເສບຕິດສາກົນ