ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ອົງການແຮງງານສາກົນໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ແລະ ມອບອຸປະກອນ IT

ໃນວັນທີ 15 ກັນຍາ 2022 ນີ້ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ອົງການແຮງງານສາກົນ ilo ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ແລະ ມອບອຸປະກອນ IT ພາຍໃຕ້ໂຄງການສ້າງໂອກາດ ການມີວຽກເຮັດງານທຳໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ການພັດທະນາເສດຖະກິດທ້ອງຖິ່ນ ເພື່ອຕອບໂຕ້ຜົນກະທົບຂອງພະຍາດໂຄວິດ-19 ທີ່ໄດ້ຮັບທຶນສະຫນັບສະຫນູນຈາກລັດຖະບານຍີ່ປຸ່ນ ເຊີ່ງພິທີນີ້ໄດ້ຮັບກຽດເຂົ້າຮ່ວມ ໂດຍ ທ່ານ ລີປ່າວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ເຄຈິນິ ໂຄບາຢາຊິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ວຽງປຣາສິດ ທິພາສຸດາ ຜູ້ປະສານງານ ອົງການແຮງງານສາກົນ ປະຈຳ ສປປ ລາວ

4 1