ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບກັນ ຕໍ່ 5 ຫົວຂໍ້ ທີ່ສໍາຄັນ ແລະ ເຄັ່ງຮ້ອນ

ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2022 ທີ່ນະຄອນຫຼວງວຽງຈັນ, ລັດຖະບານ ໄດ້ຈັດກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2022 ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະ ມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ ແລະ ເຈົ້າຄອງນະ ຄອນຫຼວງວຽງຈັນ,​ ຕາງໜ້າຈາກແນວລາວສ້າງຊາດ, ອົງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ, ອົງການກວດສອບແຫ່ງລັດ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປໃນທ່າມກາງບັນຍາກາດທີ່ສະພາບການສາກົນ ແລະ ພາກພື້ນ ຍັງມີສືບຕໍ່ຜັນແປຢ່າງສະຫຼັບສັບຊ້ອນ ເຊິ່ງນອກຈາກຜົນກະທົບ ຂອງການແຜ່ລະບາດພະຍາດໂຄວິດ-19 ແລ້ວ ຍັງມີຜົນກະທົບຢ່າງໜັກໜ່ວງ ຈາກສະພາບການທີ່ເກີດຂຶ້ນ ຕໍ່ເສດຖະກິດໂລກ, ໂດຍສະເພາະ ຕໍ່ຕ່ອງໂສ້ການຄ້າ ລະຫວ່າງປະເທດ, ການສະໜອງນ້ຳມັນ, ສະບຽງອາຫານ, ສິນຄ້າທີ່ຈຳເປັນຈຳນວນໜຶ່ງ ບໍ່ພຽງພໍກັບຄວາມຕ້ອງການ ຈຶ່ງເປັນສາເຫດຕົ້ນຕໍເຮັດໃຫ້ລາຄານ້ຳມັນເຊື້ອໄຟ, ລາຄາສິນຄ້າສູງຂຶ້ນ ແລະ ເຮັດໃຫ້ອັດຕາເງິນເຟີ້ສູງຂຶ້ນໃນໂລກ, ລວມທັງ ປະເທດທີ່ຈະເລີນແລ້ວ, ຍິ່ງເປັນການຊ້ຳເຕີມຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວທາງດ້ານເສດຖະກິດ-ການຄ້າ ຂອງໂລກ ທີ່ແກ່ຍາວມາເປັນເວລາ 2 ປີກວ່າແລ້ວ ຍ້ອນຜົນກະທົບຈາກການແຜ່ລະບາດ ຂອງພະຍາດໂຄວິດ-19

5