ມອບໃບກຽດຕິຄຸນໃຫ້​ໜ່ວຍສະຫະພັນແມ່ຍິງກົມກອງຮາກຖານທີ່ຂຶ້ນກົມໃຫຍ່ພະລາທິການກອງທັບ

ວັນທີ 12 ກໍລະກົດ 2022 ນີ້, ພະແນກສະຫະພັນແມ່ຍິງຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ໄດ້ຈັດຕັ້ງພິທີມອບ-ຮັບໃບກຽດຕິຄຸນໃຫ້ແກ່ໜ່ວຍສະຫະພັນແມ່ຍິງກົມກອງຮາກຖານທີ່ຂຶ້ນກັບພະແນກສະຫະພັນແມ່ຍິງຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ຈໍານວນ 11 ກົມກອງໃນເຂດໃຈກາງນະຄອນຫຼວງວຽງຈັນ ທີ່ໄດ້ປະກອບສ່ວນດ້ານວັດຖຸປັດໄຈຊ່ວຍ ເຫຼືອ ກົມກອງທີ່ຢູ່ເຂດຫ່າງໄກສອກຫຼີ້ກ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 73 ປີ,​ທັງເປັນການສັນລະເສີນຍ້ອງຍໍຈາລຶກຜົນງານ ແລະ ສະແດງເຖິງຄຸນງາມຄວາມດີຂອບໃຈມາຍັງບັນດາໜ່ວຍສະຫະພັນແມ່ຍິງຈາກກົມກອງດັ່ງກ່າວທີ່ໄດ້ໃຫ້ການປະກອບສ່ວນຜົນງານໃນຄັ້ງນີ້.

9 1