ແຈ້ງຂ່າວມໍລະນະກຳ

ແຈ້ງຂ່າວມໍລະນະກຳ
ພວກຂ້າພະເຈົ້າ ຄອບຄົວ ນາງໝ້າຍ ພອນພັດ ເລືອງບຸນມີ, ຄອບຄົວ ສຸວັນນະຜ່ອງໃສ ພ້ອມດ້ວຍການຈັດຕັ້ງ ກອງວາລະສານປ້ອງກັນຊາດ ຂໍແຈ້ງຂ່າວເສົ້າສະຫຼົດໃຈມາຍັງ ຍາດຕິພີ່ນ້ອງ ເພື່ອນມິດສະຫາຍ ຢູ່ໃກ້ ແລະ ໄກ ຊາບວ່າ:
ພັນໂທ ຄຳແສນ ສຸວັນນະຜ່ອງໃສ ອະດີດ ຫົວໜ້າ ບັນນາທິການກອງວາລະສານປ້ອງກັນຊາດໄດ້ເຖິງແກ່ມໍລະນະກຳແລ້ວ ໃນເວລາ 9:00 ໂມງ ວັນພຸດ ທີ 07 ສິງຫາ 2024
ດ້ວຍພະຍາດຂອງຜູ້ກ່ຽວເອງ ລວມອາຍຸໄດ້ 50 ປີ
– ປັດຈຸບັນ ສົບຂອງຜູ້ກ່ຽວໄດ້ບຳເພັນກຸສົນ ໄວ້ທີ່ສະໂມສອນກາງແຈ້ງ ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ (ໂພນເຄັງ)
ວັນຊາປະນະກິດສົບ ຈະໄດ້ຈັດຂຶ້ນໃນ ວັນເສົາ ທີ 10 ສິງຫາ 2024 ທີ່ ວັດເທນິມິດທາດຝຸ່ນ ເວລາ 13:00 ໂມງ
ວັນອາທິດ ທີ 11 ສິງຫາ 2024 ເປັນມື້ຫ້າງຫາກະກຽມຕັ້ງກອງບຸນ
– ວັນຈັນ ທີ 12 ສິງຫາ 2024 ເປັນມື້ໃສ່ບາດຖະວາຍສັງຄະທານ ພຣະສົງ 9 ອົງ ຢູ່ທີ່ ບ້ານຈັນສະຫວ່າງ ຄຸ້ມ 194 ໜ່ວຍ 93 ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
ຄອບຄົວຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນ ມາຍັງຍາດຕິພີ່ນ້ອງເພື່ອນມິດສະຫາຍທີ່ໄດ້ສະຫຼະເວລາ ມາໃຫ້ຄວາມອົບອຸ່ນແບ່ງເບົາຄວາມທຸກໂສກຄັ້ງນີ້ດ້ວຍ.