ແຈ້ງການ ເລື່ອງ: ປິດບາງເສັ້ນທາງການສັນຈອນ ຂອງພາຫະນະທຸກປະເພດ ໃນຊ່ວງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45 ໃນລະຫ່ວາງວັນທີ 5-13 ຕຸລາ 2024.

ນະຄອນຫຼວງວຽງຈັນ

ພະແນກ ໂຍທາທິການ ແລະ ຂົນສົ່ງ

ແຈ້ງການ

ເຖິງ: ສໍານັກງານອົງການຈັດຕັ້ງລັດ-ສາກົນ, ພະນັກງານ, ທະຫານ, ຕຳຫຼວດ, ບໍລິສັດ, ວິສາຫະກິດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ຊາວຄ້າຂາຍ ຜູ້ນໍາໃຊ້ລົດໃຊ້ຖະໜົນ ໃນທົ່ວນະຄອນຫຼວງວຽງຈັນ.

ເລື່ອງ: ປິດບາງເສັ້ນທາງການສັນຈອນ ຂອງພາຫະນະທຸກປະເພດ ໃນຊ່ວງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45 ໃນລະຫ່ວາງວັນທີ 5-13 ຕຸລາ 2024.

ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດ ແຈ້ງມາຍັງບັນດາບໍລິສັດ, ລັດວິສາຫະກິດ, ພະນັກງານ, ທະຫານ, ຕຳຫຼວດ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ຊາວຄ້າຂາຍ ຜູ້ນໍາໃຊ້ລົດໃຊ້ຖະໜົນ ໃນທົ່ວນະຄອນຫຼວງວຽງຈັນຊາບທົ່ວເຖິງກັນວ່າ:

1. ໃນລະຫວ່າງວັນທີ 5-13 ຕຸລາ 2024 ໃຫ້ງົດການສັນຈອນພາຫະນະທຸກປະເພດ ຕາມເສັ້ນທາງທີ່ສໍາຄັນ ດັ່ງນີ້:

– ຖະໜົນໄກສອນພົມວິຫານ ແຕ່ປະຕູໄຊຫາສີ່ແຍກໄຟອຳນາດດົງໂດກ.

ບັນດາລົດທີ່ມາແຕ່ຖະໜົນ ເລກທີ 13 ໃຕ້ ຈາກວົງວຽນດອນໜູນ ທີ່ມີຈຸດປະສົງຈະເຂົ້າໃນຕົວເມືອງແມ່ນສາມາດລ້ຽວຂວາຢູ່ຈຸດໄຟອຳນາດດົງໂດກ ແລະ ມາເຂົ້າຖະໜົນໂພນຕ້ອງ ຫຼື ຖະໜົນຫ້ວຍຫົງ, ລ້ຽວຊ້າຍໄປຕາມຖະໜົນ 450 ປີ ເຂົ້າຈຸດໄຟອຳນາດບ້ານໂຊກໃຫຍ່ ຫຼື ຈຸດໄຟອຳນາດນາຄວາຍ, ສ່ວນມາແຕ່ ຖະໜົນ 450 ປີ ຫາດົງໂດກ ແມ່ນສາມາດແລ່ນຊື່.

– ຖະໜົນຈອມມະນີ ແຕ່ ວົງວຽນສະຖານີໂທລະພາບແຫ່ງຊາດລາວ ຫາ ສີ່ແຍກໄຟອຳນາດຫໍປະຊຸມແຫ່ງຊາດຫາວົງວຽນໜອງໜ່ຽງເສັ້ນທາງໜອງໜ່ຽງ;

ບັນດາລົດທີ່ໃຊ້ຖະໜົນໂພນຕ້ອງ ຫຼື ມາແຕ່ຫ້ວຍຫົງ ຈະເຂົ້າ-ອອກ ຕົວເມືອງ ແມ່ນຫ້າມຜ່ານແຕ່ ວົງວຽນສະຖານີໂທລະພາບແຫ່ງຊາດລາວ ຫາ ສີ່ແຍກໄຟອຳນາດຫໍປະຊຸມແຫ່ງຊາດ ກໍລະນີຈະໄປໜອງໜ່ຽງ ໃຫ້ໄປໃຊ້ຖະໜົນດົງໂດກ ຫາ ຖະໜົນ 450 ປີ ແລະ ລົດຈາກໜອງໜ່ຽງ ຈະເຂົ້າຕົວເມືອງ ກໍ່ ສາມາດນໍາໃຊ້ເສັ້ນທາງຫົວຂົວ-ທາດຫຼວງ.

2. ໃຫ້ງົດການສັນຈອນພາຫະນະທຸກປະເພດຊົ່ວຄາວ ເປັນບາງເວລາຕາມຖະໜົນ ດັ່ງນີ້:

– ຖະໜົນສຸພານຸວົງ ແຕ່ ສາມແຍກສີໄຄ ຫາ ສີ່ແຍກໄຟອຳນາດສີຫອມ (ຫຼັກ 1);

– ຖະໜົນເສດຖາທິລາດ ແຕ່ ສີ່ແຍກໄຟອຳນາດສີຫອມ (ຫຼັກ 1) ຫາ ສີ່ແຍກໄຟອຳນາດທາດຂາວ;

– ຖະໜົນສາມແສນໄທ ແຕ່ ສີ່ແຍກໄຟອຳນາດທາດຂາວ ຫາ ສາມແຍກສວນເຈົ້າຟ້າງຸ່ມ (ຫຼັກ 2);

– ຖະໜົນເຈົ້າຟ້າງຸ່ມ ແຕ່ ສາມແຍກທາດຂາວ ຫາ ສາມແຍກປາກປ່າສັກ;

– ຖະໜົນລ້ານຊ້າງ ແຕ່ ສາມແຍກຫໍຄໍາ ຫາ ປະຕູໄຊ.

3. ຫ້າມຈອດພາຫະນະທຸກປະເພດຕາມແຄມທາງ, ທາງຄົນຍ່າງ (ຟຸດບາດ) ຢ່າງເດັດຂາດ ຢູ່ຕາມເສັ້ນທາງທີ່ ໄດ້ລະບຸໄວ້ໃນຂໍ້ທີ 1 ແລະ 2 ຂ້າງເທິງນີ້.

4. ໃຫ້ນັກຂັບຂີ່ທຸກປະເພດ ປະຕິບັດຕາມການສັນຍານຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທີ່ປະຈຳຢູ່ແຕ່ລະ ຈຸດຢູ່ຕາມເສັ້ນທາງ.

5. ມາດຕະການຈັດຕັ້ງປະຕິບັດ ມອບໃຫ້ ຂະແໜງຂົນສົ່ງ, ພະແນກ ຍທຂ ນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ ຕຳຫຼວດຈະລາຈອນ ທຸກພາກສ່ວນ ໄດ້ເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດ ແລະ ເດັດຂາດ.

6. ແຈ້ງການສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຮ່ວມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

65
66

"...ໂທລະພາບກອງທັບປະຊາຊົນລາວ, ມຸ້ງໝັ້ນກ້າວໄກ, ໃສ່ໃຈພັດທະນາວິຊາການ, ຈັນຍາບັນສື່ມວນຊົນ, ຝຶກຝົນທ່ຽງທໍາ, ນໍາສະເໜີຂໍ້ມູນຂ່າວສານ, ສາລະບັນເທີງວ່ອງໄວທັນສະໄໝ, ບໍລິການຮັບໃຊ້ປະຊາຊົນ..."