ສ.ສ ຫວຽດນາມ ແຕ່ງຕັ້ງ ປະທານປະເທດຄົນໃໝ່

ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານໃນວັນທີ 21 ຕຸ ລາ ນີ້ ຢູ່ນະຄອນຫລວງຮ່າໂນ້ຍ, ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ XV ໂດຍການເປັນປະທານຂອງ ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຊຸດທີ XV ເພື່ອເລືອກຕັ້ງປະທານປະເທດ ສ.ສ ຫວຽດນາມ ຄົນໃໝ່ ອາຍຸການ 2021-2026. ຈາກນັ້ນ ທ່ານ ນາງ ຫງວຽນ ທິແທັງ ຮອງປະທານ ສະພາແຫ່ງຊາດ ໄດ້ສະເໜີຮ່າງມະຕິເລືອກຕັ້ງເອົາ ທ່ານ ພົນເອກ ເລືອງເກືອງ ເປັນປະທານປະເທດ ສ.ສ ຫວຽດນາມ ຄົນໃໝ່. ຈາກນັ້ນ, ສະມາຊິກສະພາແຫ່ງຊາດ ໄດ້ຮັບຮອງເອົາດ້ວຍສຽງສະໜັບສະໜູນ 440/440. ພາຍຫຼັງໄດ້ຮັບການເລືອກຕັ້ງ, ທ່ານ ພົນເອກ ເລືອງເກືອງ ປະທານປະເທດ ສ.ສ ຫວຽດນາມ ຄົນໃໝ່ໄດ້ກ່າວປະຕິຍານຕົນວ່າ: ພາຍໃຕ້ທຸງແດງດາວຄຳ ທີ່ສັກກະລະບູຊາຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ ແລະ ພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງທົ່ວປະເທດ. ຂ້າພະເຈົ້າຊື່ວ່າ: ເລືອງເກືອງ ປະທານປະເທດ ສ.ສ ຫວຽດນາມ ຂໍປະຕິຍານຕົນວ່າ: ເດັດດ່ຽວ ຈົ່ງຮັກພັກດີ ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລັດທະທຳມະນູນຂອງປະເທດ ສ.ສ ຫວຽດນາມ, ມານະພະຍາຍາມ ສູ້ຊົນປະຕິບັດສຳເລັດໜ້າທີ່ ໂດຍພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້. ທ່ານ ພົນເອກ ເລືອງເກືອງ ເກີດວັນທີ 15 ສິງຫາ 1957. ບ້ານເກີດ: ຢູ່ເມືອງ ຢຶວເລົາ, ນະຄອນ ຫວຽດຈີ, ແຂວງຝຸເທາະ. ວິຊາການ: ປະລິນຍາຕີ ຂະແໜງ ການກໍ່ສ້າງພັກ ແລະ ອຳນາດການປົກຄອງແຫ່ງລັດ. ທິດສະດີການເມືອງ: ຂັ້ນສູງ. ວັນເຂົ້າເປັນສະມາຊິກພັກກອມມູນິຫວຽດນາມ: ເດືອນ ກໍລະກົດ 1978. ເປັນກຳມະການ ສູນກາງພັກ ຊຸດທີ XI, XII, XIII; ເລຂາສູນກາງພັກ ຊຸດທີ XII, ກຳມະການກົມການເມືອງ ຊຸດທີ XIII, ຜູ້ປະ ຈຳການ ຄະນະເລຂາສູນກາງ ພັກ ຊຸດທີ XIII.